ຈັບຜູ້ຖືກຫາຄ້າຢາເສບຕິດ ປະເພດຢາໄອສ໌ 2 ກິໂລກຼາມ

ຈັບຜູ້ຖືກຫາຄ້າຢາເສບຕິດ ປະເພດຢາໄອສ໌ 2 ກິໂລກຼາມ

ໃນວັນທີ 11 ມີນາ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ໄດ້ລົງມ້າງຄະດີຄ້າຂາຍຢາເສບຕິດ (ປະເພດຢາໄອສ໌) ຢູ່ເຂດບ້ານແກ້ວສໍາພັນ ນະຄອນປາກເຊ ແຂວງຈຳປາສັກ ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ພ້ອມພ້ອມເຄື່ອງຂອງກາງຢາເສບຕິດ (ຢາໄອສ໌) ຈໍານວນ 2 ກິໂລກຼາມ.

ພວກຖືກຫາມີຄື:

  1. ທ້າວ ສຳພັນ ພະນະເພັດ ອາຍຸ 55 ປີ ຊາວສວນ ບ້ານໜອງສະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຖືກກັກໂຕໃນຂໍ້ກ່າວຫາ: ຄ້າ-ຂາຍຢາເສບຕິດ (ຢາໄອສ໌), ເຄື່ອງຂອງກາງ ແລະ ຂອງຕິດຕົວມີ : ຢາໄອສ໌ ຈໍານວນ 2 ກິໂລກຼາມ, ລົດກະບະ 1 ຄັນຍີ່ຫໍ້ເຊັບໂລເລັກ ສີດຳເທົາ ເລກທະບຽນ ຂຣ 7773 ກຳແພງນະຄອນ ແລະ ເງິນກີບ 500.000 ກີບ,

  1. ທ້າວ ຄໍາພັນ ອາຍຸ 55 ປີ ຄ້າຂາຍ ບ້ານໂນນຄໍ້ເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກກັກໂຕໃນຂໍ້ກ່າວຫາ : ຄ້າ-ຂາຍຢາເສບຕິດ (ຢາໄອສ໌) ເຄື່ອງຂອງກາງ ແລະ ຂອງຕິດຕົວ :ໂທລະສັບ 1 ໜ່ວຍ ແລະ ເງິນບາດ 1.000 ບາດ,
  2. ນາງ ສົມພອນ ອາຍຸ 52 ປີ ປະຊາຊົນ ບ້ານໜອງສະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຖືກກັກໂຕໃນຂໍ້ກ່າວຫາ : ຄ້າ-ຂາຍຢາເສບຕິດ (ຢາໄອສ)ເຄື່ອງຂອງກາງ ແລະ ຂອງຕິດຕົວ: ແຫວນສີເຫຼືອງຄ້າຍຄືຄໍາ ຈໍານວນ 1 ວົງ ແລະ ເງິນກີບ 10.000.000 ກີບ
spot_img
spot_img

You cannot copy content of this page