ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ

ຂປລ. ໃນວັນທີ 20 ຕຸລາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາການຮ່ວມມືເຂດອ່າວ (ອາຊຽນ-ຈີຊີຊີ) ທີ່ ນະຄອນຫລວງ ຣີຢາດ, ຣາຊະອານາຈັກ ອາຣັບບີ ຊາອຸດິດ, ພາຍໃຕ້ການເປັນປະທານຮ່ວມຂອງ ອິນໂດເນເຊຍ ແລະ ອາຣັບບີ ຊາອຸດິດ.

ບັນດາຜູ້ນໍາອາຊຽນ ແລະ ປະເທດສະມາຊິກ ຈີຊີຊີ (ບາເຣນ, ກູເວດ, ໂອມານ, ກາຕາ, ອາຣັບບີ ຊາອຸດິດ ແລະ ເອເມຣັດ ອາຣັບ) ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມສຸດຍອດອາຊຽນ-ຈີຊີຊີ ໃນຄັ້ງນີ້, ຊຶ່ງເປັນຂີດໝາຍອັນສໍາຄັນໃນການເພີ່ມທະວີການຮ່ວມມື ລະຫວ່າງສອງພາກພື້ນ.

ກອງປະຊຸມ ໄດ້ຊຸກຍູ້ໃຫ້ສອງພາກພື້ນຮັດແໜ້ນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນ ການສົ່ງເສີມການຮ່ວມມືດ້ານເສດຖະກິດ ໂດຍການຊອກຫາຊ່ອງທາງໃນການໃນການສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໂດຍສະເພາະດ້ານພະລັງງານ.

ພ້ອມນີ້, ກອງປະຊຸມ ຍັງໄດ້ເນັ້ນຢໍ້າເຖິງຄວາມສໍາຄັນໃນການສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນຂອງສອງພາກພື້ນ ໂດຍຜ່ານການແລກປ່ຽນທາງດ້ານວັດທະນະທໍາ, ການຮ່ວມມືດ້ານການພັດທະນາຊັບພະ ຍາກອນມະນຸດ, ການສຶກສາ, ການຝຶກອົບຮົມວິຊາຊີບ ແລະ ໂຄງການສ້າງຂີດຄວາມສາມາດອື່ນໆ.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະ ຈີຊີຊີ ຊອກຊ່ອງທາງຮ່ວມມືກັນໃນດ້ານພະລັງງານ, ກະສິກໍາ, ການເຊື່ອມຈອດ ແລະ ການທ່ອງທ່ຽວ ແລະ ອື່ນໆ.

ໃນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ກອງປະຊຸມຊາບວ່າ ປີ 2024 ແມ່ນປີ ທ່ອງທ່ຽວລາວ ແລະ ໄດ້ເຊີນຊວນໃຫ້ນັກທ່ອງທ່ຽວຈາກບັນດາປະເທດອາຊຽນ ແລະ ຈີຊີຊີ ມາທ່ອງທ່ຽວ ໃນ ສປປ ລາວ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ພ້ອມທັງໃຫ້ຄວາມໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ຈີຊີຊີ ເພື່ອເສີມຂະຫຍາຍການຮ່ວມມືອາຊຽນ-ຈີຊີຊີ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ.

ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນໍາອາຊຽນ ແລະ ຈີຊີຊີ ໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຈີຊີຊີ ແລະ ໄດ້ຮັບຊາບຂອບວຽກການຮ່ວມມືອາຊຽນ-ຈີຊີຊີ (2024-2028) ທີ່ ຮັບຮອງໂດຍລັດຖະມົນຕີຕ່າງປະເທດອາຊຽນ-ຈີຊີຊີ ເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍການຮ່ວມມື ລະຫວ່າງ ອາຊຽນ ແລະ ຈີຊີຊີ ໃນອະນາຄົດ.
ຂ່າວ-ພາບ: ກຕທ

spot_img
spot_img

You cannot copy content of this page